วันพฤหัสบดีที่ 20 ตุลาคม พ.ศ. 2559

Published ตุลาคม 20, 2559 by with 0 comment

biology

ບົດທທີ 5
ການກຳນົດຊື່ພືດ
1.   ວິທີການກຳນົດຊື່

ການກຳນົດຊື່ພືດເປັນອົງປະກອບທີ່ສຳຄັນປະການໜື່ງຂອງງານອະນຸກົມວິຖານໃນອາດີດກອ່ນຈະມີລະບົບການເອີ້ນຊື່ ຫຼື ກຳນົດຊື່ທາງວິທະຍາສາດທີ່ໃຊໃນສາກົນນັ້ນພືດແຕ່ລະຊະນິດຈະມີຊື່ເອີ້ນເປັນຂອງຕົ້ນເອງໃນແຕ່ລະທ້ອງຖີ່ນເຊີ່ງເອີ້ນວ່າຊື່ພື້ນເມືອງ ແລະ ອາດຈະມີຊື່ໃນພາສາອັງກິດເຊີ່ງເອີ້ນວ່າຊື່ສາມັນ  ແຕ່ຢ່າງໃດກໍ່ຕາມເຖີງຈະມີຊື່ພື້ນເມືອງ ຫຼື ຊື່ສາມັນ ແຕ່ມັນກໍ່ສາມາດເຮັດໃຫ້ເກີດບັນຫາໄດ້ຄື: ພືດຊະນິດດຽວກັນແຕ່ມີຊື່ຕ່າງກັນ,ພຶດຕ່າງຊະນິດກັນແຕ່ມີຊື່ຄຶກັນ.
ດັ່ງນັ້ນການກຳນົດຊື່ວິທະຍາສາດໃຫ້ກັບພືດຢ່າງມີລະບົບຈະເຮັດໃຫ້ເກີດຄວາມເຂົ້າໃຈ ແລະ ສາມາດສືກສາພຶດໃຫ້ຖືກຕ້ອງໄດ້ໂດບມີວິທີດັ່ງນີ້:
ກ.ວິທີການປຽບທຽບ Comparison
´  ການປຽບທຽບຕົວຢ່າງພຶດສາມາດເຮັດໄດ້ໂດຍວິທີການຕ່າງໆຄື:
´  ການປຽບທຽບກັບຕົວຢ່າງພຶດທີ່ມີຢູ່ແລ້ວໃນຫໍຜົນລະໄມ້
´  ການປຽບທຽບກັບຕົວຢ່າງສົດທີ່ມີຊື່ຖຶກຕ້ອງແລ້ວໃນສວນພືດສາດ
´  ການປຽບທຽບລາຍລະອຽດຂອງພືດໃນໜັງສືພິດຕະພັນແຫ່ງຊາດ ຕະຫຼອດຊື່ທາງເອເລັກໂຕນິກຕ່າງໆ
´  ຂ.ວິທີການໃຊ້ຮູບວິຖານ Dichotomous key
´            ເປັນວິທີທີ່ດີທີ່ສຸດໃນການກຳນົດຊື່ພຶດໄດ້ໃນທຸກລະດັບ ແລະ ເປັນການຈັດລຳດັບລັກສະນະທີ່ຜິດແຜກແຕກຕ່າງກັນປຽບທຽບເປັນຄູ່ໆໂດຍການໃຊ້ໜາຍເລກ ຫຼື ຕົດອັກສອນນຳໜ້າ.  ຕົວຢ່າງພຶດທີ່ຈະໃຊ້ໃນການກຳນົດພືດແມ່ນເພີ່ນນິຍົມໃຊ້ຕົວຢ່າງພືດສົດເຊີ່ງຄວນມີສ່ວນຂອງໃບ, ດອກ, ໜາກ ແລະ ແກ່ນ ຄົົບຖ້ວນຖ້າເປັນໄມ້ເນື້ອອອ່ນ,ຫຍ້າ ຫຼື  ພືດ ຈຳພວກກົກຄວນມີສ່ວນຂອງຮາກດ້ວຍ, ຕົວຢ່າງ ພືດທີ່ມີຄວາມສົມບູນແບບນີ້ຈະສົ່ງຜົນໃຫ້ການກຳນົດຊືພືດມີຄວາມຖືກຕ້ອງສົມບູນ ແລະ ຊັດເຈນຫຼາຍທີ່ສຸດ.
2. ການສຶກສາພັນພືດກ່ຽວກັບການຕັ້ງຊື່ພືດ
ໃນການສຶກສາອະນຸກຳວິຖານ ຄືການຕັ້ງຊື່ພືດ ວັດຖຸປະສົງກໍເພື່ອໃຊ້ໃນການສື່ສານໃຫ້ເຂົ້າໃຈຕົງກັນເມື່ອເວົ້າເຖິງພືດຊະນິດນັ້ນ ຫຼື ວົງຕະກຸນນັ້ນ ໃນການຕັ້ງຊື່ພືດນັ້ນຈະຕັ້ງໃຫ້ກັບໜ່ວຍອະນຸກົມວິຖານໃນຂັ້ນຊະນິດ ( Species ) ກ່ອນແລ້ວຈຶ່ງຄ່ອຍເລື່ອນໄປຕັ້ງຊື່ໃຫ້ຂັ້ນທີ່ມີລຳດັບສູງຂຶ້ນໄປເລື້ອຍໆຕາມລຳດັບ(ຄ້າຍຄືກັບການຈຳແນກຊຶ່ງເລີ່ມຈາກໜ່ວຍອະນຸກົມວິຖານທີ່ມີລຳດັບຕ່ຳໄປສູງ).
ໃນການຕັ້ງຊື່ວິທະຍາສາດຂອງພືດໃນຂັ້ນຊະນິດ (Species) ນັ້ນເປັນໄປຕາມລະບົບການຕັ້ງຊື່ແບບທະວິນາມ (Binomial system of nomenclature) ຊຶ່ງ ຄາໂລ ລັສ ລິນເນຍ ໄດ້ໃຊ້ຕັ້ງຊື່ວິທະຍາສາດຂອງພືດມີສ່ວນປະກອບດ້ວຍກັນ 3 ສ່ວນ ຄື ສ່ວນທີ່ໜຶ່ງເປັນຊື່ສະກຸນ (generic name) ສ່ວນທີ່ສອງເປັນຄຳລະບຸຊະນິດ (Specfic epithet)  ແລະ ສ່ວນສຸດທ້າຍຄືຂອງຜູ້ຕັ້ງຊື່ວິທະຍາສາດຂອງພືດ (author name)  ແຕ່ລະສ່ວນມີການຂຽນດັ່ງນີ້:
1). ຊື່ສະກຸນ ເປັນຄຳໆດຽວ ສະເພາະຕົວອັກສອນຕົວທຳອິດເປັນຕົວພິມໃຫຍ່ ອັກສອນຕໍ່    ໄປເປັນຕົວພິມນ້ອຍທັງໝົດ.
2). ຄຳລະບຸຊະນິດເປັນຄຳໆດຽວ ຫຼື ຫຼາຍກວ່າແຕ່ຕ້ອງມີ “—” ເຊື່ອມເພື່ອໃຫ້ເປັນຄຳໆດຽວຕົວອັກສອນເປັນຕົວພິມນ້ອຍ.
3). ຊື່ຂອງຜູ້ຕັ້ງຊື່ວິທະຍາສາດຂອງພືດ ພິມຕົວອັກສອນປົກກະຕິ ມັກໃຊ້ນາມສະກຸນຂອງ    ຜູ້ຕັ້ງຊື່.
4). ຊື່ສະກຸນ ຄຳລະບຸຊະນິດ ແລະ ຊື່ຂອງຜູ້ຕັ້ງຊື່ ໃຫ້ພິມແຍກກັນ  ຊ່ອງໄຟ ສະເພາະ 2      ສ່ວນທຳອິດພິມຕົວເນິ້ງ ຫຼື ຂີດເສັ້ນກ້ອງ.
3.ຊະນິດຂອງຮູບວິຖານ
´  ຮູບມິຖານແບ່ງອອກເປັນ 2 ຊະນິດ ຄື:
1. ຮູບວິຖານແບບຂະໜານ (Indented key ຫຼື Yoked key)
        ການຂຽນຮູບວິຖານແບບນີ້ ເປັນທີ່ນິຍົມໃຊ້ກັນທົ່ວໄປ ໂດຍແຕ່ລະຂໍ້ຄູ່ເລືອກ (couplet) ຈະມີໄລຍະຫ່າງທີ່ແນ່ນອນຈາກຂອບຊ້າຍຂອງເຈ້ຍ ແລະ ຂຽນຕໍ່ເນື່ອງກັນໄປເລື້ອຍໆ
2 ຮູບວິຖານແບບລະອຽດ (Bracket key ຫຼື Parallel key)
        ການຂຽນຮູບວິຖານແບບນີ້ ຂໍ້ຄູ່ເລືຶອກທີ່ຕິດກັນຂະເລືອກຂຽນຕໍ່ເນື່ອງຕິດກັນຄືຟັນປາ ແລະສ່ວນທ້າຍສຸດຂອງແຕ່ລະຂໍ້ຄູ່ເລືອກ ຈະມີຊື່ພືດນັ້ນ ຫຼື ໝາຍເລກຂອງຂໍ້ຄູ່ເລືອກຕໍ່ໄປ.
4. ຂໍ້ຄວນລະວັງໃນການສ້າງຮູບວິຖານ
´  ຫາຂໍ້ມູນກ່ຽວກັບຕົວຢ່າງພືດໃຫ້ຫຼາຍທີ່ສຸດ ກ່ອນທີ່ຈະເລີ່ມເຮັດຖ້າຕົວບໍ່ສົມບູນກໍ່ຍາກທີ່ຈະໃຊ້ຮູບວິຖານໄດ້ເຊັ່ນ: ຕົວຢ່າງ ພືດທີ່ມີໃບພຽງໃບດຽວ ຫຼື ມີພຽງດອກດຽວ
´  ເລືອກໃຊ້ຮູບວິຖານໃຫ້ເໝາະກັບຕົວຢ່າງພືດ ແລະ ພື້ນທີ່ທາງພູມີພາກຂອງພືດ
´  ອ່ານຄຳນຳຂອງຮູບວິຖານເພື່ອໃຫ້ຮູ້ເຖິງຕົວຢ່າງຕ່າງໆ ແລະ ລາຍລະອຽດອື່ນໆທີ່ກ່ຽວຂ້ອງ
´  ອ່ານທາງເລືອກທັງສອງທາງຢ່າງລະມັດລະວັງ
´  ຄວນເຂົ້າໃຈຊັບເທັກນິກທີ່ກ່ຽວຂ້ອງກັບການໃຊ້ຮູບວິຖານທັງໝົດອາດໃຊ້ໜັງສືຄຳສັບເຂົ້າຊ່ວຍ
´  ເມື່ອໄດ້ຊື່ຂອງຕົວຢ່າງພືດແລ້ວເພື່ອຄວາມແນ່ນອນຄວນອ່ານລັກສະນະຂອງ taxon ນັ້ນຈາກໜັງສືກົງກັບຕົວຢ່າງພືດ ຫຼື ບໍ່
´  ກວດສອບຂັ້ນສຸດທ້າຍໂດຍປຽບທຽບຕົວຢ່າງພືດກັບຮູບພາບ ຫຼື ຕົວຢ່າງ.
´  ຖ້າຕົວຢ່າງພືດບໍ່ກົງກັບຮູບວິຖານ ແລະ ທາງເລືອກທຸກທາງອາດເກີດຈາກການເຮັດຜິດຄວນລອງເຮັດ ໃໝ່.
´  ຖ່າລັກສະນະຂອງພືດນັ້ນເປັນໄປໄດ້ທັງສອງຄູ່ເລືອກໃຫ້ເຮັດທັງສອງຄູ່ເລືອກ.
   5. ຫຼັກການໃນການສ້າງຮູບວິຖານ
1).ຮູບວິຖານຄວນເປັນແບບ dichotomous
2.ຄຳທຳອິດຂອງແຕ່ລະຂໍ້ຄູ່ເລືອກໃຫ້ໃຊ້ຄືກັນເພື່ອໃຫ້ສັງເກດໄດ້ງ່າຍເຊັ່ນ: ຖ້າຂໍ້ຄູ່ເລືອກໜຶ່ງໃຊ້ຄຳວ່າ pollinia ຂຶ້ນຕົ້ນ ອີກຂໍ້ຄູ່ເລືອກໜຶ່ງກໍ່ຄວນໃຊ້ຄຳວ່າ pollinia ຄືກັນແຕ່ຕ່າງກັນຄືລັກສະນະທີ່ແຕກຕ່າງກັນດັ່ງຕົວຢ່າງ
Pollinia present……………………….b
Pollinia absent………………………..c
  3.ທາງເລືອກທັງສອງທາງຄວນມີຄວາມແຕກຕ່າງກັນຢ່າງຊັດເຈນເພື່ອທີ່ຈະຍອມຮັບທາງໜຶ່ງ ແລະ         ປະຕິເສດອີກທາງໜຶ່ງໄດ້.
4. ຫຼີກລ່ຽງການໃຊ້ລັກສະນະທີ່ຊ້ອນທັບກັນເຊັ່ນ: ທາງເລືອກໜຶ່ງໃຊ້ລັກສະນະຂອງໃບຍາວ 4-8cm ອີກທາງເລືອກໜຶ່ງໃຫ້ໃຊ້ລັກສະນະຂອງໃບຍາວ6-10cm ຫຼື ຫຼີກລ່ຽງການໃຊ້ຄຳວ່າຂະໜາດນ້ອຍ ແລະ ຂະໜາດໃຫຍ່
5. ຄວນໃຊ້ລັກສະນະທີ່ສາມາດກວດສອບໄດ້ຈິງຫຼີກລ່ຽງການໃຊ້ລັກສະນະທາງ ພູມີປະເທດ ແລະ ພູມີອາກາດໃນການແຍກ
6. ໃນກໍລະນີທີ່ສາມາດເຮັດຮູບວິຖານເປັນສອງຊຸດກັບພືດໃນກຸ່ມນັ້ນໄດ້ ຄວນເຮັດເພື່ອໃຫ້ໃຊ້ identify ໃຫ້ໄດ້ຫຼາຍໄລຍະ
7. ຂໍ້ຄູ່ເລືອກຄວນຂຽນເປັນ positive statement ເຊັ່ນ: ຄວນຫຼີກລ່ຽງການໃຊ້ leave narrow-leave not norrow
8.ຂໍ້ຄູ່ເລືອກຂອງຮູບວິຖານອາດໃຊ້ຕົວເລກ ຫຼື ຕົວອັກສອນ ຫຼື ອາດໃຊ້ການປະສົມລະຫວ່າງຕົວເລກ ແລະຕົວອັກສອນ ຫຼື ໃນ indented key ອາດຍະວ່າງໄວ້.
´  ແຫຼ່ງທີ່ມາຂອງຂໍ້ມູນ:
www.it.mahidol.acth>webcontent2.
www.it.mahidol.ac.th>webcontent

 Carolus Linnaeus
      edit

0 ความคิดเห็น:

แสดงความคิดเห็น